1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 29 ຫລັງຈາກນັ້ນ, ພຣະວິນຍານຂອງພຣະຢາເວ ໄດ້ສະເດັດມາສະຖິດຢູ່ກັບເຢັບທາ, ແລະ ລາວຈຶ່ງເດີນທາງຜ່ານຜ່ານກິເລອາດ ແລະມານາເຊ, ແລະ ຜ່ານມີຊະປາແຫ່ງກິເລອາດ, ແລະຈາກມີຊະປາແຫ່ງກິເລອາດ, ລາວໄດ້ເດີນທາງຕໍ່ໄປຮອດບ່ອນຄົນອຳໂມນ. \v 30 ເຢັບທາໄດ້ປະຕິຍານຕໍ່ພຣະເຈົ້າຢາເວ ແລະກ່າວວ່າ, “ຖ້າຫາກພຣະອົງມອບໄຊນະນະແກ່ຂ້ານ້ອຍເຫນືອຄົນອຳໂມນ, \v 31 ແລ້ວຜູ້ໃດກໍຕາມທີ່ອອກມາຈາກປະຕູເຮືອນຂອງຂ້ານ້ອຍ ເພື່ອຕ້ອນຮັບຂ້ານ້ອຍ ເມື່ອຂ້ານ້ອຍກັບມາຈາກຄົນອຳໂມນດ້ວຍຄວາມສະຫງົບ ຜູ້ນັ້ນຈະຕ້ອງເປັນຂອງພຣະຢາເວ ແລະຂ້ານ້ອຍຈະຖວາຍຜູ້ນັ້ນເປັນເຄື່ອງເຜົາບູຊາ” |