1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 26 ຂະນະທີ່ຄົນອິດສະຣາເອນ ອາໄສຢູ່ໃນເມືອງເຮັດຊະໂບນ ແລະຫມູ່ບ້ານຕ່າງໆຂອງເມືອງນັ້ນ ເປັນເວລາສາມຮ້ອຍປີ, ແລະໃນເມືອງອາໂຣເອ ແລະຫມູ່ບ້ານຂອງເມືອງນັ້ນ ແລະຢູ່ໃນບັນດາຫົວເມືອງທີ່ຕັ້ງຢູ່ຕາມຝັ່ງແມ່ນ້ຳອາໂນນ- ເປັນຫຍັງທ່ານຈຶ່ງບໍ່ເອົາພວກເຂົາກັບຄືນມາໃນຊ່ວງເວລານັ້ນ?. \v 27 ຂ້ອຍບໍ່ເຄີຍໄດ້ເຮັດຄວາມຜິດຕໍ່ທ່ານ, ແຕ່ທ່ານໄດ້ເຮັດຄວາມຜິດຕໍ່ຂ້ອຍ ທີ່ມາໂຈມຕີຂ້ອຍ. ຂໍພຣະເຈົ້າຢາເວ, ຜູ້ຊົງເປັນຜູ້ພິພາກສາ, ຈະຊົງຕັດສິນຄວາມລະຫວ່າງຄົນອິດສະຣາເອນ ແລະຄົນອຳໂມນໃນມື້ນີ້” \v 28 ແຕ່ກະສັດຂອງຄົນອຳໂມນບໍ່ໄດ້ຟັງຄຳເຕືອນຂອງເຢັບທາ ໄດ້ສົ່ງໄປໃຫ້ເຂົາ. |