1 line
1.0 KiB
Plaintext
1 line
1.0 KiB
Plaintext
\v 6 ແຕ່ພວກຜູ້ນຳຂອງເມືອງສຸກໂກດເວົ້າວ່າ, “ເຫດໃດພວກຂ້ອຍຈຶ່ງຈະຕ້ອງເອົາອາຫານໃຫ້ທະຫານຂອງເຈົ້າກິນ ໃນເມື່ອເຈົ້າຍັງບໍ່ທັນຈັບເຊບາ ແລະຊັນມຸນນາໄດ້ເທື່ອ.” \v 7 ດັ່ງນັ້ນ ກີເດໂອນຈຶ່ງເວົ້າວ່າ, “ດີແລ້ວ ເມື່ອໃດພຣະຜູ້ເປັນເຈົ້າຊົງມອບເຊບາ ແລະຊັນມຸນນາ ໄວ້ໃນກຳມືຂອງຂ້ອຍ ຂ້ອຍຈະເອົາຫວາຍທີ່ຍັງມີຫນາມ ແລະໄມ້ຫນາມມາຂ້ຽນພວກເຈົ້າ.” |