lo_jdg_text_ulb_l3/02/14.txt

1 line
1.5 KiB
Plaintext

\v 14 ຄວາມຊົງ​ພຣະ­ພິ­ໂລດຂອງພຣະເຈົ້າ­ຢາເວ ​​​ຕໍ່​ຄົນອິດ​ສ​ະ​ຣາເອນ, ແລະ ພຣະ­ອົງ ​ຈຶ່ງ​ຊົງ​ເຮັດ­ໃຫ້​ພວກ​ໂຈນ​ເຂົ້າ​ມາ​ ປຸ້ນຊັບສິນຂອງ​ພວກ­ເຂົາ. ພຣະ­ອົງ​ຍັງ​ຊົງຂາຍພວກເຂົາເປັນທາດ ໃຫ້ຜູ້ທີ່ຖືກຄອບຄອງດ້ວຍກຳລັງຂອງ​ສັດ­ຕູ​ທີ່­ຢູ່​ອ້ອມ­ຮອບ​ນັ້ນ, ດ່ັງນັ້ນ ພວກເຂົາຈຶ່ງ​ບໍ່​ສາ­ມາດ​ປ້ອງ­ກັນ​ຕົວ​ເອງຈາກສັດຕູຂອງພວກເຂົາໄດ້ອີກຕໍ່ໄປ. \v 15 ເມື່ອໃດກໍຕາມ ຊາວອິດ​ສ​ະ​ຣາເອນ ໄດ້ອອກໄປສູ້ຮົບ, ພຣະຫັດຂອງພຣະ­­ເຈົ້າຢາເວ ​ກໍ​ຊົງ​ຕໍ່­ສູ້ ເພື່ອປາບ​ພວກ­ເຂົາ ເຮັດໃຫ້ພວກເຂົາພ່າຍແພ້​, ດັ່ງທີ່​ພຣະ­ອົງ​ຊົງ​ສາບານຕໍ່ພວກເຂົາ ແລະ ພວກ­ເຂົາ​ໄດ້ຕົກ​ຢູ່­ໃນຄວາມ​ຂັດ​ສົນ​ຢ່າງ​ໃຫຍ່ຫລວງ.