1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 27 ຄົນມານາເຊ ບໍ່ໄດ້ຂັບໄລ່ຊາວເມືອງທີ່ອາໃສຢູ່ໃນເມືອງເບັດ-ເຊອານ ແລະ ຊາວຊົນນະບົດຂອງເມືອງນັ້ນໃຫ້ອອກໄປ, ຫລື ຊາວເມືອງຕາອາຫນັກ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງໂດເຣ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງອິບເລອາມ ແລະ ຊາວຊົນນະບົດຂອງເມືອງນັ້ນ, ຫລື ຊາວເມືອງເມກິດໂດ ແລະ ຊາວຊົນນະບົດຂອງເມືອງນັ້ນ, ເພາະວ່າຄົນການາອານ ຍັງຕັດສິນໃຈອາໄສຢູ່ໃນແຜ່ນດິນນັ້ນ. \v 28 ເມື່ອຄົນອິດສະຣາເອນ ມີກຳລັງເຂັ້ມແຂງຂຶ້ນ, ພວກເຂົາກໍບັງຄັບຄົນການາອານ ຮັບໃຊ້ ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາບໍ່ໄດ້ຂັບໄລ່ຄົນພວກນັ້ນອອກໄປໂດຍສິ້ນເຊີງ. |