lo_jdg_text_ulb_l3/13/08.txt

1 line
1.3 KiB
Plaintext

\v 8 ຫລັງຈາກນັ້ນ ​ມາ­ໂນ­ອາ​ກໍ​ອ້ອນ­ວອນ​ຕໍ່​ພຣະ­ຢາເວ​ວ່າ, “ຂ້າ​ແດ່​ພຣະ­­ຢາເວ, ຂໍ​ຊົງ​ໂຜດ​ສົ່ງຜູ້ຊາຍ​​ທີ່ພຣະ­ອົງ​ສົ່ງ​ມານັ້ນມາ​ຫາ​ພວກ​ຂ້າ­ນ້ອຍ​ອີກຄັ້ງເຖີ້ນ ເພື່ອ​ພຣະອົງຊົງຈະສັ່ງສອນພວກ​ຂ້າ­ນ້ອຍເຖິງສິ່ງທີ່ພວກຂ້ານ້ອຍຈະເຮັດ​ກັບ​ເດັກ​ທີ່​ຈະ​ເກີດ​ມາ​ນັ້ນ.” \v 9 ສ່ວນ​ພຣະ­ເຈົ້າ​ກໍ​ຊົງຕອບຄຳອະທິຖານຂອງມາ­ໂນ­ອາ​ ແລະທູດສະຫວັນ​ຂອງ​ພຣະ­ອົງ​ໄດ້​ກັບ​ຄືນ​ມາ​ຫາ​ຍິງ​ນັ້ນອີກຄັ້ງ ໃນ​ຂະ­ນະ​ທີ່​ນາງ​ກຳ­ລັງ​ນັ່ງ​ຢູ່­ໃນ​ທົ່ງ­ນາ ແຕ່ມາ­ໂນ­ອາ,ຜູ້ເປັນຜົວຂອງນາງ​ບໍ່ໄດ້ຢູ່​ນຳ​ນາງ.