1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 55 ເມື່ອຄົນອິສະຣາເອນໄດ້ເຫັນວ່າ ອາບີເມເຫລັກຕາຍແລ້ວ, ພວກເຂົາກໍກັບເມືອບ້ານຂອງຕົນ. \v 56 ດັ່ງນີ້ ພຣະເຈົ້າຊົງໄດ້ແກ້ແຄ້ນຄວາມຊົ່ວຮ້າຍຂອງອາບີເມເຫລັກທີ່ລາວໄດ້ເຮັດຕໍ່ພໍ່ຂອງຕົນ ໂດຍການຂ້າພີ່ນ້ອງເຈັດສິບຄົນຂອງຕົນ. \v 57 ພຣະເຈົ້າໄດ້ຊົງເຮັດໃຫ້ຄວາມຊົ່ວຮ້າຍທັງຫມົດຂອງຊາວຊີເຄມໄດ້ຕົກຖືກຫົວຂອງພວກເຂົາທັງຫລາຍເອງ ແລະຄຳສາບແຊ່ງຂອງໂຢທາມລູກຊາຍຂອງເຢຣຸບບາອານ ກໍຕົກຢູ່ເທິງພວກເຂົາທັງຫລາຍ. |