\v 3 ລາວ​ຈຶ່ງ​ນຳ​ເງິນ​ໜຶ່ງ​ພັນ​ໜຶ່ງ​ຮ້ອຍ​ຫລຽນ​ນັ້ນ​ມາ​ຄືນ​ໃຫ້​ແມ່ ແລະ​ແມ່​ຂອງ​ລາວ​ເວົ້າ​ວ່າ “ເງິນ​ນີ້​ແມ່​ໄດ້​ຖວາຍ​ແລ້ວ​ແດ່​ພຣະ­ຜູ້­ເປັນ­ເຈົ້າ​ຈາກ​ມື​ແມ່​ເພື່ອ​ລູກ ໃຫ້​ເຮັດ​ເປັນ​ຮູບ​ແກະ­ສະ­ຫລັກ ແລະ​ຮູບ​ຫລໍ່ ບັດ­ນີ້​ແມ່​ຈຶ່ງ​ຄືນ​ໃຫ້​ແກ່​ເຈົ້າ” \v 4 ເມື່ອ​ມີ­ກາ ຄືນ​ເງິນ​ໃຫ້​ແກ່​ແມ່​ແລ້ວ ແມ່​ກໍ​ນຳ​ເງິນ​ສອງ​ຮ້ອຍ​ຫລຽນ​ມອບ​ໃຫ້​ກັບ​ຊ່າງ​ເງິນ ເຮັດ​ເປັນ​ຮູບ​ແກະ­ສະ­ຫລັກ ແລະ​ຮູບ​ຫລໍ່ ຮູບ​ນັ້ນ​ຢູ່­ໃນ​ເຮືອນ​ຂອງ​ມີ­ກາ