Sat Oct 05 2019 10:19:32 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-05 10:19:32 +07:00
parent 364026b917
commit ecd992e409
3 changed files with 7 additions and 0 deletions

2
11/07.txt Normal file
View File

@ -0,0 +1,2 @@
\v 7 ພວກ­ເຂົາ​ກ່າວ​ແກ່​ເຢັບ­ທາ​ວ່າ “ຈົ່ງ​ມາ​ເປັນ​ຫົວ­ໜ້າ​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຕໍ່­ສູ້​ກັບ​ຄົນ​ອຳ­ໂມນ”
\v 8 ແຕ່​ເຢັບ­ທາ​ກ່າວ​ແກ່​ພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ​ວ່າ “ທ່ານ​ບໍ່­ໄດ້​ກຽດ­ຊັງ​ຂ້າ­ພະ­ເຈົ້າ ແລະ​ຂັບ­ໄລ່​ຂ້າ­ພະ­ເຈົ້າ​ໄປ​ຈາກ​ຄອບ­ຄົວ​ພໍ່​ຂອງ​ຂ້າ­ພະ­ເຈົ້າ​ຫລື ເມື່ອ​ຄາວ​ທຸກ​ຍາກ​ທ່ານ​ຈະ​ມາ​ຫາ​ຂ້າ­ພະ­ເຈົ້າ​ເຮັດ​ຫຍັງ”

3
11/09.txt Normal file
View File

@ -0,0 +1,3 @@
\v 9 ເຢັບ­ທາ​ຈຶ່ງ​ກ່າວ​ແກ່​ພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ​ວ່າ “ຖ້າ​ທ່ານ​ໃຫ້​ຂ້າ­ພະ­ເຈົ້າ​ກັບ​ເຮືອນ​ເພື່ອ​ເຮັດ​ເສິກ​ກັບ​ຄົນ​ອຳ­ໂມນ ແລະ​ຖ້າ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ມອບ​ພວກ­ເຂົາ​ໄວ້​ຕໍ່­ໜ້າ​ຂ້າ­ພະ­ເຈົ້າ ຂ້າ­ພະ­ເຈົ້າ​ຈະ​ໄດ້​ເປັນ​ຫົວ­ໜ້າ​ຂອງ​ທ່ານ​ຫລື​ບໍ່”
\v 10 ພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ​ຈຶ່ງ​ຕອບ​ເຢັບ­ທາ​ວ່າ “ພຣະ­ຜູ້­ເປັນ­ເຈົ້າ​ເປັນ​ພະ­ຍານ​ລະ­ຫວ່າງ​ເຮົາ ເຮົາ​ຈະ​ເຮັດ​ຕາມ​ທີ່​ທ່ານ​ສັ່ງ​ທຸກ​ປະ­ການ”
\v 11 ເຢັບ­ທາ​ຈຶ່ງ​ໄປ​ກັບ​ພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ ແລະ​ປະ­ຊາ­ຊົນ​ກໍ​ຕັ້ງ​ເພິ່ນ​ໃຫ້­ເປັນ​ຫົວ­ໜ້າ ແລະ​ເຈົ້າ​ນາຍ​ຂອງ​ພວກ­ເຂົາ ແລ້ວ​ເຢັບ­ທາ​ກໍ​ກ່າວ​ຄຳ​ຕົກ­ລົງ​ກັນ​ທັງ​ໝົດ​ຕໍ່​ພຣະ­ພັກ​ພຣະ­ຜູ້­ເປັນ­ເຈົ້າ​ທີ່​ເມືອງ​ມິດຊະປາ.

2
11/12.txt Normal file
View File

@ -0,0 +1,2 @@
\v 12 ເຢັບ­ທາ​ຈຶ່ງ​ສົ່ງ​ຜູ້​ສື່­ສານ​ໄປ​ຍັງ​ກະ­ສັດ​ອຳ­ໂມນ​ຖາມ­ວ່າ “ທ່ານ​ມີ​ເລື່ອງ​ອັນ­ໃດ​ກັບ​ຂ້າ­ພະ­ເຈົ້າ ທ່ານ​ຈຶ່ງ​ຍົກ­ທັບ​ມາ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ຂອງ​ຂ້າ­ພະ­ເຈົ້າ”
\v 13 ກະ­ສັດ​ຄົນ​ອຳ­ໂມນ​ຕອບ​ຜູ້​ສື່­ສານ​ຂອງ​ເຢັບ­ທາ​ວ່າ “ເພາະ­ວ່າ​ເມື່ອ​ອິສຣາເອນ​ຍົກ­ທັບ​ອອກ​ມາ​ຈາກ​ເອ­ຢິບ​ໄດ້​ຍຶດ​ແຜ່ນ­ດິນ​ຂອງ​ເຮົາ​ໄປ ຕັ້ງ­ແຕ່​ແມ່­ນ້ຳ​ອາ­ໂນນ​ເຖິງ​ແມ່­ນ້ຳ​ຢັບ­ໂບກ ແລະ​ຮອດ​ແມ່­ນ້ຳ​ຢໍ­ແດນ ບັດ­ນີ້ ຂໍ​ຄືນ​ແຜ່ນ­ດິນ​ເຫລົ່າ­ນັ້ນ​ໂດຍ​ດີ.”