Wed Oct 02 2019 18:26:51 GMT+0700 (SE Asia Standard Time)

This commit is contained in:
Vieng2019 2019-10-02 18:26:52 +07:00
parent 81b737fa80
commit 29a9dcc6ce
4 changed files with 4 additions and 0 deletions

1
06/11.txt Normal file
View File

@ -0,0 +1 @@
\v 11 ­ໜຶ່ງ ທູດ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ມາ​ນັ່ງ​ຢູ່​ກ້ອງ​ຕົ້ນ­ສົນ​ໃກ້​ບ້ານ​ໂອຟຣາ ຊຶ່ງ​ເປັນ​ບ້ານ​ຂອງ​ໂຢ­ອາດ ຄົນ​ໃນ​ຕະ­ກູນ​ອາ­ບີ­ເອ­ເຊ ກີ­ເດ­ໂອນ​ລູກ­ຊາຍ​ຂອງ​ໂຢ­ອາດ​ກໍ​ເຂົ້າ­ໄປ​ຢູ່­ໃນ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ ເພື່ອ​ລີ້​ພວກ​ມີດີອານ. \v 12 ທູດ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ປະ­ກົດ​ຕໍ່​ລາວ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ຄົນ​ກ້າ­ຫານ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ສະ­ຖິດ​ຢູ່​ກັບ​ເຈົ້າ.”

1
06/13.txt Normal file
View File

@ -0,0 +1 @@
\v 13 ຝ່າຍ​ກີ­ເດ­ໂອນ​ຈຶ່ງ​ເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ຂ້າ­ນ້ອຍ​ຂໍ​ຖາມ­ວ່າ ຖ້າ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ສະ­ຖິດ​ຢູ່​ນຳ​ພວກ​ຂ້າ­ນ້ອຍ​ແທ້ ເປັນ­ຫຍັງ ເຫດ​ຮ້າຍ​ທັງ​ໝົດ​ນີ້​ຈຶ່ງ​ເກີດ​ຂຶ້ນ​ແກ່​ພວກ​ຂ້າ­ນ້ອຍ? ແລະ​ການ​ອັດ­ສະ­ຈັນ​ຕ່າງໆ ທີ່​ພວກ​ປູ່­ຍ່າ­ຕາ­ຍາຍ​ໄດ້​ເລົ່າ​ໃຫ້​ພວກ​ຂ້າ­ນ້ອຍ​ຟັງ​ນັ້ນ​ເປັນ​ຢ່າງ­ໃດ? ຄື​ການ​ທີ່​ພຣະ­ອົງ​ຊົງ­ນຳ​ໜ້າ​ພວກ​ຂ້າ­ນ້ອຍ​ອອກ​ມາ​ຈາກ​ປະ­ເທດ​ເອ­ຢິບ​ນັ້ນ ແຕ່​ດຽວ­ນີ້ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ປະ​ຖິ້ມ​ພວກ​ຂ້າ­ນ້ອຍ​ແລ້ວ ແລະ​ໄດ້​ມອບ​ພວກ​ຂ້າ­ນ້ອຍ​ໄວ້​ໃຕ້​ອຳ­ນາດ​ພວກ​ມີດີອານ.”

1
06/14.txt Normal file
View File

@ -0,0 +1 @@
\v 14 ພຣະ­ຜູ້­ເປັນ­ເຈົ້າ​ຈຶ່ງ​ຊົງ​ສັ່ງ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ຈົ່ງ​ໄປ​ຊ່ອຍ​ຊີ­ວິດ​ພວກ​ອິສຣາເອນ​ອອກ­ຈາກ​ອຳ­ນາດ​ຂອງ​ພວກ​ມີ­ດີ­ອານ ດ້ວຍ​ກຳ­ລັງ​ຂອງ​ເຈົ້າ​ເອງ ເຮົາ​ຈະ​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ.” \v 15 ກີ­ເດ­ໂອນ​ໄດ້​ທູນ​ຕອບ​ວ່າ, “ຂ້າ­ນ້ອຍ​ຈະ​ຊ່ອຍ​ຊີ­ວິດ​ພວກ​ອິສຣາເອນ​ໄດ້​ຢ່າງ­ໃດ ແລະ​ຂ້າ­ນ້ອຍ​ເອງ​ກໍ​ເປັນ​ຄົນ­ທີ່​ຂາດ​ຄວາມ​ສຳ­ຄັນ​ໃນ​ຄອບ­ຄົວ​ຂ້ານ້ອຍ.”

1
06/16.txt Normal file
View File

@ -0,0 +1 @@
\v 16 \v 17 \v 18 ພຣະ­ຜູ້­ເປັນ­ເຈົ້າ​ຈຶ່ງ​ຊົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ສາ­ມາດ​ເຮັດ​ສິ່ງ​ນີ້​ໄດ້ ເພາະ​ເຮົາ​ຈະ​ສະ­ຖິດ​ຢູ່​ນຳ​ເຈົ້າ ເຈົ້າ​ຈະ​ທຳ­ລາຍ​ພວກ​ມີ­ດີ­ອານ​ໄດ້​ງ່າຍ​ທີ່­ສຸດ ຄື​ກັບ​ວ່າ​ພວກ­ເຂົາ​ມີ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ.” ກີ­ເດ­ໂອນ​ໄດ້​ທູນ​ຕອບ​ວ່າ, “ຖ້າ​ທ່ານ​ໂຜດ​ເມດ­ຕາ​ຂ້າ­ນ້ອຍ ຂໍ​ໃຫ້​ຂ້າ­ນ້ອຍ​ພິ­ສູດ​ເຫັນ​ຄວາມ­ຈິງ​ວ່າ ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ແທ້​ຈິງ​ທີ່​ຊົງ​ສັ່ງ​ໃຫ້​ແກ່​ຂ້ານ້ອຍ. ຂໍ​ທ່ານ​ຈົ່ງ​ຢ່າ​ຟ້າວ​ໜີ​ຈາກ​ບ່ອນ­ນີ້ ຈົນ​ກວ່າ​ຂ້າ­ນ້ອຍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ໃຫ້​ແກ່​ທ່ານ” ແລ້ວ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ພັກ​ຢູ່​ທີ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ.”