2019-10-06 07:01:32 +00:00
|
|
|
\v 24 ມີກາຕອບພວກເຂົາວ່າ “ພວກເຈົ້າໄດ້ລັກພະຕ່າງໆຂອງຂ້ອຍ ຊຶ່ງຂ້ອຍສ້າງຂຶ້ນ, ແລະພວກເຈົ້ານຳປະໂລຫິດຂອງຂ້ອຍໄປ, ແລະພວກເຈົ້າກຳລັງຈະໄປ.ຂ້ອຍຈະມີຫຍັງເຫລືອຢູ່ບ? ພວກເຈົ້າຍັງຈະຖາມຂ້ອຍໄດ້ແນວໃດ, ‘ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຫຍຸ້ງຍາກ?’”. \v 25 ຄົນດານຈຶ່ງຕອບລາວວ່າ, “ເຈົ້າຢ່າເວົ້າຫຍັງໃຫ້ພວກເຮົາໄດ້ຍິນອີກ, ຖ້າບໍ່ດັ່ງນັ້ນ ມີບາງຄົນທີ່ກຳລັງໃຈຮ້າຍຫລາຍ ກໍຈະໄປຕີເຈົ້າ, ແລະເຈົ້າພ້ອມຄອບຄົວຂອງເຈົ້າ ກໍຈະຖືກຂ້າຖີ້ມ.” \v 26 ແລ້ວຄົນດານກໍໄດ້ເດີນທາງຕໍ່ໄປຕາມທາງຂອງພວກເຂົາ. ເມື່ອມີກາເຫັນວ່າພວກເຂົາເຫລົ່ານັ້ນມີກຳລັງຫລາຍກວ່າລາວຫລາຍ, ແລະຈຶ່ງຫັນກັບ ແລະໄດ້ກັບໄປເຮືອນຂອງຕົນ.
|