2019-10-10 00:08:14 +00:00
|
|
|
\v 12 ເຜົ່າຕ່າງໆຂອງຄົນອິດສະຣາເອນກໍສົ່ງຄົນເຫລົ່ານັ້ນໄປທົ່ວເຜົ່າຂອງຄົນເບັນຢາມິນທັງຫມົດ, ໄດ້ບອກວ່າ, “ພວກເຈົ້າໄດ້ເຮັດເລື່ອງຊົ່ວຮ້າຍແບບນີ້ແນວໃດ? \v 13 ດ້ວຍເຫດນັ້ນ, ຈົ່ງມອບຊາຍຄົນຊົ່ວຮ້າຍທັງຫລາຍນັ້ນໃນເມືອງກິເບອາມາໃຫ້ເຮົາ, ເພື່ອພວກເຮົາຈະປະຫານພວກເຂົາຖີ້ມ ແລະ ເພື່ອພວກເຮົາເອົາຄວາມຊົ່ວອອກໄປຈາກຄົນອິດສະຣາເອນ”. ແຕ່ຄົນເບັນຢາມິນບໍ່ຍອມຟັງສຽງຄົນອິດສະຣາເອນພີ່ນ້ອງຂອງຕົນ. \v 14 ຈາກນັ້ນຄົນເບັນຢາມິນກໍອອກມາຈາກບັນດາຫົວເມືອງຕ່າງໆມາລວມຕົວກັນທີ່ເມືອກິເບອາ ເພື່ອພ້ອມກັນທີ່ຈະສູ້ຮົບກັບຄົນອິດສະຣາເອນ.
|