\v 12 ມີກາກໍໄດ້ແຍກຄົນເລວີຄົນນັ້ນໄວ້ໃຫ້ປະຕິບັດພິທິການຕ່າງໆ ແລະ ຊາຍຫນຸ່ມຄົນນັ້ນໃຫ້ເປັນປະໂລຫິດຂອງລາວ ແລະ ຢູ່ໃນເຮືອນຂອງລາວ. \v 13 ມີກາກ່າວວ່າ, “ບັດນີ້ຂ້ອຍຮູ້ແລ້ວວ່າ ພຣະຢາເວຈະຊົງເຮັດສິ່ງດີໆແກ່ຂ້ອຍ, ເພາະວ່າຄົນເລວີຄົນນີ້ໄດ້ມາເປັນປະໂລຫິດຂອງຂ້ອຍ.”