lo_gal_text_ulb_l3/01/08.txt

1 line
1.4 KiB
Plaintext

\v 8 ແຕ່ເຖິງແມ່ນວ່າພວກເຮົາ ຫລື ເທວະດາຈາກສະຫວັນກໍຕາມຈະປະກາດຂ່າວປະເສີດອື່ນ ແກ່ພວກເຮົາທີ່ບໍ່ຕົງກັບທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ. \v 9 ເຫມືອນດັ່ງພວກເຮົາໄດ້ກ່າວກ່ອນແລ້ວ, ແລະ ບັດນີ້ ເຮົາຂໍກ່າວຢໍ້າອີກວ່າ "ຖ້າຜູ້ໃດ ປະກາດຂ່າວປະເສີດ ແກ່ພວກເຈົ້າທີ່ແຕກຕ່າງໄປ ຈາກທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ". \v 10 ເຮົາສະແຫວງຫາທີ່ຈະໄດ້ຮັບການຍອມຮັບຈາກມະນຸດ ຫລື ຈາກພຣະເຈົ້າ? ຂ້າພະເຈົ້່າກຳລັງພະຍາຍາມເຮັດໃຫ້ຖືກໃຈມະນຸດບໍ? ຖ້າເຮັດເຊັ່ນນີ້, ຂ້າພະເຈົ້າກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ.