lo_gal_text_ulb_l3/02/15.txt

1 line
1.2 KiB
Plaintext

\v 15 \v 16 15 ແມ່ນຢູ່ ພວກເຮົາເປັນຢິວ ໂດຍກຳເນີດ ແລະ ບໍ່ແມ່ນ ພວກຕ່າງຊາດ ທີ່ເປັນຄົນບາບ; 16 ແຕ່ພວກເຮົາ ກໍຮູ້ຢູ່ວ່າ ບໍ່ມີຜູ້ໃດ ຖືກຊົງຖືວ່າ ເປັນຄົນຊອບທຳ ໂດຍການປະຕິບັດ ຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອ ໃນ ພຣະເຢຊູຄຣິດເຈົ້າ ເທົ່ານັ້ນ. ເຖິງແມ່ນ ພວກເຮົາກໍຍັງເຊື່ອວາງໃຈ ໃນ ພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າ ເປັນຄົນຊອບທຳ ໂດຍຄວາມເຊື່ອ ໃນພຣະຄຣິດ ບໍ່ແມ່ນໂດຍການປະຕິບັດ ຕາມກົດບັນຍັດ. ເພາະວ່າ ໂດຍ ການປະຕິບັດຕາມກົດບັນຍັດນັ້ນ ບໍ່ມີມະນຸດຄົນໃດ ຈະຊົງຖືວ່າເປັນ ຄົນ ຊອບທຳໄດ້.