lo_gal_text_ulb_l3/03/15.txt

1 line
1021 B
Plaintext

\v 15 ພີ່ນ້ອງທັງຫລາຍ ຂອງເຮົາເອີຍ, ຂ້າພະເຈົ້າຂໍກ່າວຕາມແບບມະນຸດ. ໃນເມື່ອມະນຸດໄດ້ເຮັດຂໍ້ຄວາມ ຕົກລົງກັນໄວ້ແລ້ວ, ກໍບໍ່ມີຜູ້ໃດຈະລົ້ມເລີກຂໍ້ຕົກລົງ ຫລື ເພີ້ມເຕີມໄດ້ອີກ. \v 16 ບັດນີ້ ບັນດາພຣະສັນຍາທັງຫລາຍທີ່ໄດ້ກ່າວໄວ້ກັບ ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ເຫມືອນໃຫ້ແກ່ຄົນທັງຫລາຍ, ແຕ່ພຽງແຕ່ຄົນດຽວເທົ່ານັ້ນວ່າ, “ແລະ ໃຫ້ແກ່ເຊື້ອສາຍຂອງທ່ານ.” ຜູ້ທີ່ເປັນ ພຣະຄຣິດເຈົ້າ.