lo_gal_text_ulb_l3/02/15.txt

1 line
1.2 KiB
Plaintext

\v 15 ພວກເຮົາເປັນຢິວ ໂດຍກຳເນີດ ແລະ ບໍ່ແມ່ນ ພວກຕ່າງຊາດທີ່ເປັນຄົນບາບ; \v 16 ແຕ່ພວກເຮົາ ກໍຮູ້ຢູ່ວ່າ ບໍ່ມີຜູ້ໃດ ຖືກຊົງຖືວ່າ ເປັນຄົນຊອບທັມໄດ້ ໂດຍການປະຕິບັດ ຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອ ໃນ ພຣະເຢຊູຄຣິດເຈົ້າເທົ່ານັ້ນ. ເຖິງແມ່ນ ພວກເຮົາກໍຍັງເຊື່ອວາງໃຈ ໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທຳ ໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ແລະ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນ ຄົນຊອບທຳໄດ້.