lo_gal_text_ulb_l3/01/15.txt

1 line
1.2 KiB
Plaintext

\v 15 ແຕ່ເມື່ອພຣະເຈົ້າ, ຜູ້ຊົງເລືອກຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່, ຜູ້ຊົງເອີ້ນຂ້າພະເຈົ້າ ໂດຍພຣະຄຸນຂອງພຣະອົງ. \v 16 ຊົງພໍພຣະໄທທີ່ຊົງສຳແດງພຣະບຸດຂອງພຣະອົງ ໃນຂ້າພະເຈົ້າ, ເພື່ອໃຫ້ຂ້າພະເຈົ້າໄດ້ປະກາດຂ່າວປະເສີດ ເລື່ອງພຣະບຸດນັ້ນ ໃນທ່າມກາງພວກຕ່າງຊາດ, ຂ້າພະເຈົ້າ ບໍ່ໄດ້ປຶກສາກັນກັບມະນຸດຄົນໃດໃນທັນທີ. \v 17 ຂ້າພະເຈົ້າ ບໍ່ໄດ້ຂື້ນໄປຍັງນະຄອນເຢຣູຊາເລັມ ໄປຫາຜູ້ກາຍເປັນອັກຄະສາວົກກ່ອນຂ້າພະເຈົ້າ, ແຕ່ຂ້າພະເຈົ້າ, ກັບອອກໄປຍັງປະເທດອາຣາເບຍ ແລ້ວກັບມາເມືອງດາມັສກັດອີກ.