lo_gal_text_ulb_l3/06/01.txt

1 line
1005 B
Plaintext

\c 6 \v 1 ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາ ຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການໜຶ່ງ, ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ. ຄວນຊ່ວຍສ້າງຜູ້ນັ້ນກັບຕົວໃຫມ່ ດ້ວຍວິຍານແຫ່ງຄວາມສຸພາບອ່ອນຫວານ ຈົ່ງຄອຍລະວັງຕົວເອົາໄວ້, ເພື່ອວ່າ ຕົນເອງຈະບໍ່ໄດ້ຖືກທົດລອງ ໃຫ້ເຮັດຜິດເໝືອນກັນ. \v 2 ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ, ແລະ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດເຈົ້າໃຫ້ສຳເລັດ.