lo_gal_text_ulb_l3/03/06.txt

1 line
1.4 KiB
Plaintext

\v 6 \v 7 \v 8 \v 9 6 ຈົ່ງພິຈາລະນາເບິ່ງ ອັບຣາຮາມ ວ່າ, “ເພິ່ນໄດ້ເຊື່ອພຣະເຈົ້າ ແລະ ເພາະ ຄວາມເຊື່ອນັ້ນ ພຣະເຈົ້າ ຈຶ່ງຊົງຮັບວ່າ ເພິ່ນເປັນຄົນຊອບທຳ,” 7 ສະນັ້ນ, ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ, ແມ່ນຜູ້ທີ່ມີຄວາມເຊື່ອ ນັ້ນແຫຼະ ເປັນເຊື້ອສາຍ ແທ້ ຂອງອັບຣາຮາມ. 8 ພຣະຄຳພີ ໄດ້ບອກໃຫ້ຮູ້ລ່ວງໜ້າວ່າ, ພຣະເຈົ້າ ຈະເຮັດໃຫ້ ຄົນຕ່າງຊາດ ເປັນຜູ້ຊອບທຳ ຕໍ່ໜ້າພຣະອົງ ໂດຍທາງຄວາມເຊື່ອ, ຈຶ່ງໄດ້ປະກາດຂ່າວປະເສີດ ແຈ້ງແກ່ ອັບຣາຮາມ ກ່ອນວ່າ, “ໂດຍ ທາງເຈົ້າພຣະເຈົ້າ ຈະອວຍພອນ ຊົນຊາດທັງຫລາຍ.” 9 ອັບຣາຮາມ ໄດ້ ເຊື່ອ ແລະ ໄດ້ຮັບພຣະພອນ, ດັ່ງນັ້ນ ທຸກຄົນທີ່ວາງໃຈເຊື່ອ ຈຶ່ງໄດ້ຮັບ ພຣະພອນ ເໝືອນກັນກັບເພິ່ນ.