lo_gal_text_ulb_l3/06/11.txt

1 line
1.7 KiB
Plaintext

\v 13 \v 11 \v 12 ສັງເກດເບິ່ງໂຕໜັງສືທີ່ເຮົາ ໄດ້ຂຽນມາຫາ ພວກເຈົ້າ ດ້ວຍມືຂອງເຮົາເອງວ່າ ໂຕໃຫຍ່ເທົ່າໃດ. 12 ຄົນທີ່ຂົ່ມເຫັງບັງຄັບ ພວກເຈົ້າໃຫ້ ຮັບພິທີຕັດ ເປັນພວກ ທີ່ຢາກໄດ້ໜ້າຊື່ສຽງ ແລະ ອວດອ້າງເຖິງ ເລື່ອງ ພາຍນອກ ທີ່ພວກເຂົາ ເຮັດໄປ ເພື່ອວ່າ ພວກເຂົາ ຈະບໍ່ໄດ້ຖືກ ຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນ ຂອງພຣະຄຣິດ ເທົ່ານັ້ນ. 13 ແມ່ນແຕ່ ພວກທີ່ ໃຫ້ຮັບພິທີຕັດ ກໍບໍ່ປະຕິບັດຕາມກົດບັນຍັດ ພວກເຂົາ ຢາກໃຫ້ ພວກເຈົ້າ ຮັບພິທີຕັດ ເພື່ອພວກເຂົາ ຈະເອົາເລື່ອງເນື້ອກາຍ ຂອງພວກເຈົ້າ ໄປອວດອ້າງ. 14 ສຳລັບ ເຮົາແລ້ວ, ເຮົາຂໍອວດອ້າງແຕ່ ເລື່ອງໄມ້ກາງແຂນ ຂອງອົງພຣະເຢຊູຄຣິດເຈົ້າ ເທົ່ານັ້ນ ຍ້ອນ ເລື່ອງ ໄມ້ກາງແຂນ ຂອງພຣະອົງນີ້ແຫຼະ ໂລກຈຶ່ງຕາຍແລ້ວ ສຳລັບເຮົາ ແລະ ເຮົາກໍຕາຍແລ້ວ ສຳລັບໂລກ.