lo_gal_text_ulb_l3/04/08.txt

1 line
1.0 KiB
Plaintext

\v 8 ແຕ່ກ່ອນນີ້, ເມື່ອເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍເປັນທາດຂອງສິ່ງຕ່າງໆຕາມທຳມະດາແລ້ວ, ມັນບໍ່ແມ່ນພະແທ້. \v 9 ແຕ່ບັດນີ້ເມື່ອພວກເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ, ຫລື ຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກພວກເຈົ້າທັງຫລາຍແລ້ວ, ດ້ວຍເຫດໃດ ພວກເຈົ້າຈຶ່ງຈະກັບໄປຫາພວກວິຍານທີ່ຄອບງວໍາຟ້າອາກາດທີ່ອ່ອນແອ ແລະ ບໍ່ມີປະໂຫຍດ? ພວກເຈົ້າ ຢາກຕົກເປັນຂ້ອຍຂ້າຂອງສິ່ງເຫລົ່ານັ້ນອີກບໍ?