\c 6 \v 1 ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາ ຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການຫນຶ່ງ, ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ. ຄວນຊ່ວຍສ້າງຜູ້ນັ້ນກັບຕົວໃຫມ່ ດ້ວຍວິນຍານແຫ່ງຄວາມສຸພາບອ່ອນຫວານ ຈົ່ງຄອຍລະວັງຕົວເອົາໄວ້, ເພື່ອວ່າ ຕົນເອງຈະບໍ່ໄດ້ຖືກທົດລອງ ໃຫ້ເຮັດຜິດເຫມືອນກັນ. \v 2 ຈົ່ງຊ່ວຍຮັບພາລະຫນັກຂອງກັນແລະກັນ, ແລະ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດເຈົ້າໃຫ້ສຳເລັດ.