\v 3 ຂ້າພະເຈົ້າຂໍຢັ້ງຢືນໃຫ້ທຸກຄົນ ທີ່ຮັບເຂົ້າພິທີຕັດອີກວ່າ ຜູ້ນັ້ນກໍຖືກຜູກມັດ ໃຫ້ປະຕິບັດຕາມກົດບັນຍັດທັງຫມົດ. \v 4 ພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທັມ ໂດຍປະຕິບັດຕາມກົດບັນຍັດ, ຄົນນັ້ນກໍຕັດຕົນເອງ ອອກຈາກພຣະຄຣິດເຈົ້າ, ທ່ານໄດ້ຫລຸດຕົກ ຈາກພຣະຄຸນເສຍແລ້ວ.