\c 5 \v 1 ເພື່ອເສລີພາບນັ້ນແຫລະ ພຣະຄຣິດເຈົ້າຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນ ອິດສະຫລະ. ສະນັ້ນ, ຈົ່ງຕັ້ງຫມັ້ນຢູ່ ແລະ ຢ່າຍອມປ່ອຍຕົວເອງ ໃຫ້ຕົກເປັນຂ້ອຍຂ້າອີກ. \v 2 ຂ້າພະເຈົ້າ, ຄືໂປໂລ, ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດ, ກໍຫມາຍຄວາມວ່າ ພຣະຄຣິດເຈົ້າ ບໍ່ເປັນປະໂຫຍດຫຍັງ ສຳລັບພວກເຈົ້າເລີຍ.