[ { "title": "ຂໍ້ມູນທົ່ວໄປ", "body": "ນີ້ແມ່ນຖ້ອຍຄຳຂອງພຣະຢາເວທີ່ມີຕໍ່ປະຊາຊົນອິດສະຣາເອນ." }, { "title": "ບາງຄົນລອດພົ້ນຈາກຄົມດາບ", "body": "\"ບາງຄົນທີ່ບໍ່ໄດ້ຖືກຂ້າຕາຍໃນການສູ້ຮົບ.\" ດາບເປັນຕົວແທນໃຫ້ຖືກຂ້າໃນສົງຄາມ. (ເບິ່ງເພີ່ມເຕີມ: figs_metonymy)" }, { "title": "ເມື່ອພວກເຈົ້າໄດ້​ກະຈັດກະ­ຈາຍ​ໄປ​ຢູ່­ໃນ​ປະ­ເທດ​ຕ່າງໆ", "body": "\"ເມື່ອເຈົ້າໄປອາໄສຢູ່ໃນປະເທດຕ່າງໆ\"" }, { "title": "ເພາະ​ເຮົາ​ເສຍ​ພຣະ­ໄທ​ເນື່ອງ​ດ້ວຍ​ໃຈ​ບໍ່​ສັດ­ຊື່​ຂອງ​ພວກ­ເຂົາທີ່ໄດ້ຫັນຫນີຈາກເຮົາ", "body": "ພຣະຢາເວຊົງກ່າວກ່ຽວກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຜູ້ຍິງທີ່ນອນນຳຫລາຍຄົນ. ອາດແປໄດ້ອີກວ່າ: \"ເຮົາເສົ້າໃຈ ເພາະວ່າ ພວກເຂົາຄືກັບເມຍທີ່ໄດ້ປະເຮົາໄປນອນກັບຜູ້ຊາຍຄົນອື່ນໆ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ແລະ ເພາະ​ດ້ວຍ​ຕາ​ຂອງ​ພວກ­ເຂົາທີ່ໂຫຍຫາ​ຮູບ​ເຄົາ­ລົບ​ຂອງພວກເຂົາ", "body": "ພຣະຢາເວຊົງກ່າວກ່ຽວກັບຊາວອິດສະຣາເອນຄືກັບວ່າພວກເຂົາເປັນຜູ້ຍິງທີ່ແຕ່ງງານແລ້ວເຊິ່ງເບິ່ງຜູ້ຊາຍຄົນອື່ນໆ ແລະ ປາດຖະຫນາຢາກນອນກັບພວກເຂົາ. ອາດແປໄດ້ອີກວ່າ: \"ແລະໂດຍທາງທີ່ພວກເຂົາປາດຖະຫນາຢ່າງຍິ່ງທີ່ຈະບູຊາຮູບເຄົາລົບ\" (ເບິ່ງເພີ່ມເຕີມ: figs_metaphor)" }, { "title": "ພວກເຂົາ​ຈະ​ກຽດ­ຊັງ​ຕົນ​ເອງ ​ເນື່ອງ​ດ້ວຍ​ຄວາມ​ຊົ່ວທັງຫລາຍ ຄື​ໄດ້​ເຮັດ​ໃນສິ່ງ​ຫນ້າ​ລັງກຽດ­​ທັງຫລາຍ​ຂອງພວກ​ເຂົາ", "body": "ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) \"ພວກເຂົາຈະກຽດຊັງຕົນເອງເພາະສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ\" ຫລື 2) \"ພວກເຂົາຈະກຽດຊັງສິ່ງທີ່ຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ.\" ອາດແປໄດ້ອີກວ່າ: \"ໃບຫນ້າຂອງພວກເຂົາຈະສະແດງຄວາມກຽດຊັງຕໍ່ຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ.\"" } ]