1 line
1.4 KiB
Plaintext
1 line
1.4 KiB
Plaintext
\c 19 \v 1 "ບັດນີ້, ເຈົ້າຈົ່ງເປັ່ງສຽງຮ້ອງເພງຄ່ຳຄວນຕໍໍ່ສູ້ຜູ້ນໍາທັງຫລາຍຂອງອິດສະຣາເອນ. \v 2 ແລະເວົ້າວ່າ, 'ແມ່ຂອງເຈົ້າແມ່ນໃຜ? ສິງໂຕແມ່, ນາງຢູ່ກັບລູກສິງໂຕຜູ້; ຢູ່ທ່າມກາງໂຕສິງຫນຸ່ມ ແລະ ນາງລ້ຽງດູລູກໆຂອງນາງ. \v 3 ນາງຄືຫນຶ່ງໃນບັນດາຜູ້ລ້ຽງລູກສິງຂອງນາງ ໃຫ້ເຕີບໃຫຍ່ ກາຍເປັນສິງຫນຸ່ມ, ໂຕສິງທີ່ຝຶກໃນການຈີກເຫຍື່ອຂອງມັນ ແລະ ມັນກັດກິນເຫຍື່ອດ້ວຍຄວາມຫິວໂຫຍ. \v 4 ແລ້ວບັນດາປະຊາຊາດກໍໄດ້ຍິນກ່ຽວກັບສິ່ງນັ້ນ. ມັນກໍຖືກຈັບໃນກັບດັກຂອງພວກເຂົາ, ແລະພວກເຂົາລ່າມໂສ້ໄວ້ ແຫລະນຳມັນມາຍັງແຜ່ນດິນເອຢິບ. |