1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 40 ເພາະວ່າຢູ່ເທິງພູເຂົາບໍຣິສຸດຂອງເຮົາ, ຄືພູເຂົາສູງຂອງແຫ່ງອິດສະຣາເອນ — ນີ້ເປັນຄຳປະກາດຂອງພຣະຢາເວ ອົງພຣະຜູ້ເປັນເຈົ້າ — ບັນດາເຊື້ອສາຍທັງຫມົດຂອງອິດສະຣາເອນຈະນະມັດສະການເຮົາຢູ່ທີ່ໃນແຜ່ນດິນນັ້ນ. ເຮົາຍິນດີທີ່ຈະຮັບເອົາເຄື່ອງຖວາຍຂອງພວກເຈົ້າໃນທີ່ນັ້ນ, ແລະ ທັງຜົນທຳອິດແຫ່ງເຄື່ອງບັນນາການອັນບໍຣິສຸດທັງຫມົດຂອງເຈົ້າ. \v 41 ເຮົາຈະຍອມຮັບເອົາເຫມືອນກິ່ນຫອມຂອງເຄື່ອງຫອມ ເມື່ອເຮົານຳພວກເຈົ້າອອກຈາກຊົົນຊາດທັງຫລາຍ ແລະ ຮວບຮວມພວກເຈົ້າອອກຈາກປະເທດທີ່ພວກເຈົ້າຖືກກະຈັດກະຈາຍໄປຢູ່ນັ້ນ. ເຮົາສະແດງຄວາມບໍຣິສຸດຂອງເຮົາທ່າມກາງເຈົ້າໃຫ້ປະຊາຊາດທັງຫລາຍໄດ້ເຫັນ. |