1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 27 ເພາະສະນັ້ນ ບຸດແຫ່ງມະນຸດເອີຍ, ຈົ່ງເວົ້າກັບເຊື້ອສາຍອິດສະຣາເອນ ແລະ ກ່າວແກ່ພວກເຂົາວ່າ, 'ພຣະຢາເວ ອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ບັນພະບູລຸດຂອງເຈົ້າກໍໄດ້ຫມິ່ນປະຫມາດເຮົາອີກໃນເລື່ອງນີ້ດ້ວຍເມື່ອພວກເຂົາບໍ່ສັດຊື່ຕໍ່ເຮົາ. \v 28 ເມື່ອພວກເຂົາເຂົ້າມາໃນແຜ່ນດິນທີ່ເຮົາສັນຍາວ່າຈະໃຫ້ພວກເຂົານັ້ນແລ້ວ, ແລະ ເມື່ອໃດທີ່ພວກເຂົາໄດ້ເຫັນເນີນພູສູງ ຫລືເຫັນຕົ້ນໄມ້ໃບດົກ, ພວກເຂົາໄດ້ຖວາຍເຄື່ອງບູຊາ, ພວກເຂົາໄດ້ເຮັດໃຫ້ເຮົາໃຈຮ້າຍດ້ວຍເຄື່ອງຖວາຍບູຊາເຫລົ່ານັ້ນ, ແລະ ໃນບ່ອນນັ້ນ ພວກເຂົາກໍໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຂົາໄດ້ຖືກຖອກເຄື່ອງດື່ມບູຊາອອກໃນບ່ອນນັ້ນ. \v 29 ແລ້ວເຮົາໄດ້ກ່າວກັບພວກເຂົາວ່າ, "ສະຖານທີ່ນະມັດສະການສູງ ຊຶ່ງເປັນບ່ອນທີ່ເຈົ້ານຳເຄື່ອງຖວາຍເຂົ້າໄປນັ້ນຄືຫຍັງ?" ແລະ ພວກເຂົາຈຶ່ງເອີ້ນຊື່ບ່ອນນັ້ນວ່າ ບາມາ ມາຈົນເຖິງມື້ວັນນີ້.' |