1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 18 ເຮົາໄດ້ເວົ້າກັບລູກຊາຍ ແລະ ລູກຍິງຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານນັ້ນວ່າ, "ຢ່າດຳເນີນຕາມກົດເກນຂອງບັນພະບູລຸດຂອງເຈົ້າ; ຫລືຮັກສາຂໍ້ບັນຍັດຂອງພວກເຂົາ ຫລືເຮັດຕົນໃຫ້ເປັນມົນທິນດ້ວຍບັນດາຮູບເຄົາລົບຕ່າງໆ. \v 19 ເຮົາຄືພຣະຢາເວ ອົງພຣະເຈົ້າຂອງພວກເຈົ້າ; ຈົ່ງດຳເນີນຕາມພຣະທຳຂອງເຮົາ ແລະ ຈົ່ງເຊື່ອຟັງຂໍ້ບັນຍັດຂອງເຮົາ ແລະ ປະພຶດຕາມ. \v 20 ຈົ່ງຮັກສາວັນສະບາໂຕຂອງເຮົາໃຫ້ບໍຣິສຸດ ເພື່ອຈະເປັນຫມາຍສຳຄັນລະຫວ່າງເຮົາກັບເຈົ້າ, ເພື່ອເຈົ້າຈະຮູ້ວ່າເຮົາແມ່ນພຣະຢາເວພຣະເຈົ້າຂອງພວກເຈົ້າ." |