1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 11 ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ “ຈົ່ງຕົບມື ແລະ ທືບຕີນຂອງເຈົ້າ! ແລະກ່າວວ່າ, ອະນິດຈັງ! ເພາະບັນດາຄວາມຊົ່ວອັນຫນ້າກຽດຊັງຂອງເຊື້ອສາຍອິດສະຣາເອນ! ເຫດວ່າພວກເຂົາທັງຫລາຍຈະລົ້ມລົງດ້ວຍດາບ, ດ້ວຍຄວາມອຶດຫິວ ແລະ ດ້ວຍພະຍາດລະບາດ. \v 12 ຜູ້ທີ່ຢູ່ຫ່າງໄກຈະຕາຍດ້ວຍພະຍາດລະບາດ, ແລະ ຜູ້ທີ່ຢູ່ໃກ້ກໍຈະລົ້ມລົງດ້ວຍຄົມດາບ. ແລະຜູ້ທີ່ເຫລືອຢູ່ ແລະ ລອດຊີວິດ ກໍຈະຕາຍດ້ວຍໄພອຶດຫິວ. ດັ່ງນັ້ນແຫລະ ເຮົາຈະລະບາຍຄວາມໂກດຮ້າຍຂອງເຮົາມີຢູ່ເທິງພວກເຂົາຈົນກວ່າຈະຫມົດໄປ. |