1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 11 ເພາະພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: ເບິ່ງແມ! ເຮົາຈະຊອກຫາແກະຂອງເຮົາ ແລະເຮົາລ້ຽງພວກມັນເອງ, \v 12 ເຫມືອນຜູ້ລ້ຽງແກະຊອກຫາຝຸງແກະ ເມື່ອເຂົາຢູ່ໃນທ່າມກາງແກະຂອງເຂົາທີ່ກະຈັດກະຈາຍໄປ. ດັ່ງນັ້ນ ເຮົາຈະຊອກຫາແກະຂອງເຮົາເຊັ່ນນັ້ນ ແລະເຮົາຈະຊ່ວຍເຫລືອພວກແກະໃຫ້ລອດພົ້ນຈາກສະຖານທີ່ທັງຫລາຍ ຊຶ່ງພວກມັນໄດ້ກະຈັດກະຈາຍໄປ, ເມື່ອວັນທີ່ມີເມກ ແລະມືດມິດ. \v 13 ແລ້ວເຮົາຈະນຳພວກມັນອອກທ່າມກາງຊົນຊາດທັງຫລາຍ ແລະເຮົາຈະຮວບຮວມພວກມັນມາຈາກແຜ່ນດິນຕ່າງໆ ແລະເຮົາຈະນຳພວກມັນມາໄວ້ໃນແຜ່ນດິນຂອງພວກມັນເອງ. ແລ້ວເຮົາຈະນຳພວກມັນຢູ່ໃນທົ່ງຫຍ້າກາງເນີນພູຂອງອິສຣາເອນ, ຢູ່ໃກ້ຫ້ວຍຮ່ອງ, ແລະໃນທຸກໆ ບ່ອນດິນແດນນັ້ນ ທີ່ສາມາດອາໃສໄດ້. |