1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 6 ເບິ່ງແມ! ຜູ້ປົກຄອງແຫ່ງອິດສະຣາເອນນັ້ນ, ອຳນາດຂອງແຕ່ລະຄົນຂອງຕົວເຂົາເອງໄດ້ມາເຖິງເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືຶອດ. \v 7 ພວກເຂົາໄດ້ດູຫມິ່ນພໍ່ແມ່ຂອງຕົນໃນເມືອງນີ້, ແລະພວກເຂົາກົດຂີ່ຂົ່ມເຫັງບັນດາຄົນຕ່າງດ້າວທີ່ຢູ່ທ່າມກາງເມືອງ. ພວກເຂົາປະພຶດບໍ່ດີຕໍ່ເດັກກຳພ້າ ແລະແມ່ຫມ້າຍໃນເມືອງນີ້. \v 8 ເຈົ້າໄດ້ດູຫມິ່ນປະຫມາດສິ່ງທີ່ບໍຣິສຸດຂອງເຮົາ ແລະເຮັດໃຫ້ບັນດາສະບາໂຕຂອງເຮົາມົວຫມອງ. \v 9 ພວກນັກຂ້າໄດ້ມາຫາເຈົ້າ ເພື່ອເຮັດໃຫ້ເກີດການຫລັ່ງເລືອດ ແລະເຈົ້າຈະກິນລ້ຽງເທິງພູເຂົາ. ແລະເຮັດສິ່ງຊົ່ວຮ້າຍໃນທ່າມກາງເຈົ້າ. |