1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 53 ເພື່ອເຮົາຈະຟື້ນຄືນອະນາຄົດໃຫ້ແກ່ພວກເຂົາ — ອະນາຄົດຂອງໂຊໂດມ ແລະ ບັນດາລູກສາວຂອງນາງ ແລະ ອະນາຄົດຂອງຊາມາເຣຍ ແລະ ບັນດາລູກສາວຂອງນາງ; ແຕ່ອະນາຄົດຂອງເຈົ້າຈະຢູ່ທ່າມກາງພວກເຂົາດ້ວຍ. \v 54 ດ້ວຍເລື່ອງເຫລົ່ານີ້ ເຈົ້າຈະສະແດງຄວາມອັບອາຍຂາຍຫນ້າຂອງຕົນ; ເຈົ້າຈະໄດ້ຮັບອັບອາຍ ຍ້ອນສິ່ງທັງປວງທີ່ພວກເຈົ້າໄດ້ເຮັດ, ແລະດ້ວຍວິທີນີ້ ເຈົ້າຈະເຮັດໃຫ້ພວກເຂົານັ້ນຮູ້ສຶກດີຂື້ນ. \v 55 ດັ່ງນັ້ນ ສ່ວນເອື້ອຍ ແລະ ລູກສາວຂອງໂຊໂດມ ຈະໄດ້ຮັບການຟື້ນຄືນສູ່ສະພາບເດີມ, ແລະ ຊາມາເຣຍ ກັບລູກສາວຂອງນາງຈະຖືກຟື້ນຄືນສູ່ສະພາບເດີມຂອງເຂົາ. ສ່ວນເຈົ້າ ແລະ ລູກສາວຂອງເຈົ້າຈະຖືກຟື້ນຄືນໃຫ້ກັບຄືນສູ່ສະພາບເດີມດ້ວຍ. |