3 lines
1.9 KiB
Plaintext
3 lines
1.9 KiB
Plaintext
\v 6 \v 7 ອີກສ່ວນໜຶ່ງຊຶ່ງຍາວສອງໝື່ນຫ້າພັນສອກ ແລະກວ້າງໜຶ່ງໝື່ນສອກນັ້ນເປັນບ່ອນຂອງຄົນເລວີ ຜູ້ບົວລະບັດຢູ່ທີ່ພຣະວິຫານ ໃຫ້ເປັນກຳມະສິດຂອງພວກເຂົາ ໃຫ້ມີຫ້ອງຊາວຫ້ອງ
|
|
6 ໃກ້ໆກັບສ່ວນທີ່ຕັ້ງໄວ້ເປັນບ່ອນບໍລິສຸດນັ້ນ ເຈົ້າຈະຕ້ອງກຳນົດທີ່ດິນຕອນໜຶ່ງກວ້າງຫ້າພັນສອກ ຍາວສອງໝື່ນຫ້າພັນສອກ ໃຫ້ເປັນກຳມະສິດຂອງເມືອງ ໃຫ້ເປັນຂອງເຊື້ອສາຍອິສຣາເອນທັງໝົດ
|
|
ແຜ່ນດິນທັງສອງຂ້າງບ່ອນບໍລິສຸດ ແລະສ່ວນຂອງເມືອງນັ້ນ ໃຫ້ຍົກເປັນທີ່ດິນຂອງເຈົ້ານາຍຄຽງຂ້າງກັບບ່ອນບໍລິສຸດ ສ່ວນເມືອງດ້ານຕາເວັນຕົກ ແລະຕາເວັນອອກ ມີສ່ວນຍາວເທົ່າກັບສ່ວນທີ່ຍົກໃຫ້ຄົນຕະກູນໜຶ່ງ ຍືດອອກໄປຕາມທາງຕາເວັນຕົກ ແລະທາງຕາເວັນອອກຂອງເຂດແດນແຜ່ນດິນ |