1 line
1.3 KiB
Plaintext
1 line
1.3 KiB
Plaintext
\c 33 \v 1 ແລ້ວພຣະຢາເວຊົງກ່າວກັບຂ້ານ້ອຍກ່າວວ່າ, \v 2 “ບຸດແຫ່ງມະນຸດເອີຍ, ຈົ່ງບອກປະຊາຊົນຂອງເຈົ້າວ່າ ແລະກ່າວກັບພວກເຂົາວ່າ, ' ເມື່ອເຮົານຳດາບມາເຫນືອແຜ່ນດິນ, ແລ້ວປະຊາຊົນໃນແຜ່ນດິນນັ້ນ ຈະເລືອກຊາຍຄົນຫນຶ່ງຈາກພວກເຂົາ ແລະຕັ້ງໃຫ້ເປັນຜູ້ຍາມ. \v 3 ເຂົາເຫັນດາບມາ ຂະນະທີ່ມັນເຫນືອແຜ່ນດິນ, ເຂົາຈຶ່ງເປົ່າແກຂອງເຂົາເພື່ອເຕືອນປະຊາຊົນ. \v 4 ຖ້າຫາກຄົນໃດຄົນຫນຶ່ງໄດ້ຍິນສຽງແກ ແຕ່ບໍ່ເອົາໃຈໃສ່ໃນສຽງເຕືອນ, ແລະຖ້າດາບນັ້ນມາ, ແລະຂ້າພວກເຂົາ, ແລະເລືອດຂອງເຂົາຈະຕົກລົງເທິງຫົວຂອງເຂົາເອງ. |