1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 23 ພຣະຄຳຂອງພຣະຢາເວມາເຖິງຂ້າ້ອຍກ່າວວ່າ, \v 24 “ບຸດແຫ່ງມະນຸດເອີຍ, ຈົ່ງກ່າວເວົ້າກັບແຜ່ນດິນນັ້ນວ່າ ' ເຈົ້າເປັນແຜ່ນດິນທີ່ບໍ່ໄດ້ຮັບການຊຳລະໃຫ້ສະອາດ. ເຈົ້າຈະບໍ່ມີຝົນຕົກໃນວັນແຫ່ງພຣະພິໂລດ! \v 25 ມີການກະບົດຂອງຜູ້ປະກາດພຣະຄຳຂອງແຜ່ນດີນນີ້ໃນທ່າມກາງເຈົ້າ ເຫມືອນໂຕສິງຄຳລາມ ແລະຈີກເຫຍື່ອຢູ່. ພວກເຂົາກິນຊີວິດຜູ້ຄົນ ແລະປຸ້ນຊັບສົມບັດ ແລະສິ່ງມີຄ່າໄປ; ພວກເຂົາໄດ້ເຮັດໃຫ້ເກີດແມ່ຫມ້າຍຢ່າງຫລວງຫລາຍທ່າມກາງແຜ່ນດິນນັ້ນ! |