1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 14 ເຮົາຈະໃຫ້ພວກມັນຢູ່ໃນທົ້ງຫຍ້າທີ່ອຸດົມສົມບູນ ແລະເທິງພູເຂົາສູງທັງຫລາຍຂອງອິດສະຣາເອນ ຈະເປັນທີ່ເລັມຫຍ້າຂອງພວກມັນ,ທີ່ນັ້ນພວກມັນຈະນອນລົງໃນທົ່ງຫຍ້າທີ່ດີ, ເພື່ອເລັມຫຍ້າໃນທົ່ງຫຍ້າອັນອຸດົມສົມບູນ ແລະພວກມັນຈະເລັມຫຍ້າເທິງພູເຂົາຂອງອິດສະຣາເອນ. \v 15 ເຮົາເອງຈະເປັນຜູ້ລ້ຽງຝຸງແກະຂອງເຮົາ ແລະເຮົາເອງຈະເຮັດໃຫ້ພວກມັນນອນລົງ. ນີ້ເປັນຄຳະກາດຂອງພຣະຢາເວອົງພຣະຜູ້ເປັນເຈົ້າ- \v 16 ເຮົາຈະຊອກຫາແກະໂຕທີ່ສູນເສຍໄປ ແລະຈະນຳໂຕທີ່ຫລົງທາງກັບມາ. ເຮົາຈະພັນແຜໃຫ້ແກະໂຕທີ່ກະດູກຫັກແລະປິ່ນປົວແກະໂຕທີ່ບາດເຈັບໃຫ້ດີ. ເຮົາຈະທຳລາຍແກະທີ່ອ້ວນ ແລະແຂງແຮງ. ເຮົາຈະລ້ຽງພວກມັນດ້ວຍຄວາມຍຸດຕິທຳ. |