1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 9 ດັ່ງນັ້ນ ຂ້ານ້ອຍໄດ້ເຫັນ, ແລະ ເບິ່ງແມ! ກົງລໍ້ສີ່ວົງຢູ່ຂ້າງເຫລົ່າເຄຣຸບ—ກົງລໍ້ແຕ່ລະອັນຢູ່ທາງຂ້າງເຄຣຸບແຕ່ລະໂຕ— ແລະ ຮູບຮ່າງຂອງບັນດາກົງລໍ້ນັ້ນເຫມືອນກັບຫີນເບຣິກ. \v 10 ຮູບຮ່າງຂອງພວກມັນເບິ່ງເຫມືອນກັບກົງລໍ້ທັງສີ່, ເຫມືອນກັບກົງລໍ້ທີ່ຊ້ອນໃນກົງລໍ້ອີກອັນຫນຶ່ງ. \v 11 ເມື່ອພວກມັນເຄື່ອນໄປ, ພວກມັນກໍໄປທາງໃດທາງຫນຶ່ງໃນສີ່ທາງ ໂດຍບໍ່ໄດ້ຫັນໄປຕາມທາງທີ່ຈະໄປ. ແຕ່ວ່າ, ເມື່ອໃດກໍຕາມທີ່ຫົວນັ້ນໄດ້ມຸ້ງຫນ້າໄປ, ພວກມັນກໍໄດ້ຕາມໄປ. ໃນຂະນະທີ່ພວກມັນໄປ ພວກມັນກໍບໍ່ໄດ້ຫລຽວໄປໃນທິດທາງໃດເລີຍ. |