1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 18 ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ອີກວ່າ, \v 19 “ບັດນີ້, ບຸດແຫ່ງມະນຸດເອີຍ, ຈົ່ງແຕ້ມຖະຫນົນສອງເສັ້ນໃຫ້ດາບແຫ່ງກະສັດບາບີໂລນເຂົ້າມາໄດ້. ຖະຫນົນສອງເສັ້ນນັ້ນເລີ່ມຕົ້ນຈາກແຜ່ນດິນດຽວກັນ ແລະ ປ້າຍບອກທາງອັນຫນຶ່ງຈະບອກທາງໄປສູ່ຕົວເມືອງ. \v 20 ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງສຳລັບບອກທາງກອງທັບຂອງບາບີໂລນທີ່ຈະໄປຍັງເມືອງຣັບບາແຫ່ງຄົນອຳໂມນ. ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງໄປຍັງກອງທັບຂອງຢູດາແຫ່ງນະຄອນເຢຣູຊາເລັມ ຊຶ່ງມີປ້ອມປະການ. |