1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 15 ເພື່ອວ່າຫົວໃຈຂອງເຂົາຈະລະລາຍໄປດ້ວຍຄວາມຢ້ານກົວ ແລະ ຜູ້ຄົນລົ້ມຕາຍເປັນທະວີຄູນ, ເຮົາໄດ້ຕັ້ງດາບນັ້ນໄວ້ທີ່ປະຕູທຸກບານ! ວິບັດ! ມັນຖືກເປັ່ງປະກາຍດັ່ງສາຍຟ້າແມບ, ມັນຖືຶກຕັ້ງໃຫ້ມີອິດສະຫລະໃນການຂ້າຟັນ. \v 16 ເຈົ້າ, ດາບເອີຍ! ຈົ່ງຟັນໄປທາງຂວາ! ແລ້ວຟັນໄປທາງຊ້າຍ! ໄປທຸກທາງທີ່ຫນ້າເຈົ້າຫັນໄປ. \v 17 ເພາະເຮົາເອງ ກໍຈະຈັບມືຂອງເຮົາເຂົ້າດ້ວຍກັນ, ແລະ ເຮົາຈະນຳຄວາມໂກດຮ້າຍຂອງເຮົາໄປເຖິງຄົນທີ່ເຫລືອ! ເຮົາ, ແມ່ນພຣະຢາເວໄດ້ລັ່ນຄຳເວົ້າແລ້ວ!” |