2 lines
1.2 KiB
Plaintext
2 lines
1.2 KiB
Plaintext
\v 9 ດັ່ງນັ້ນ ເຮົາໄດ້ອາບນໍ້າໃຫ້ເຈົ້າ ແລະໄດ້ລ້າງເລືອດອອກຈາກເຈົ້າ, ແລະເອົານ້ຳມັນຊະໂລມເຈົ້າ. \v 10 ເຮົາໄດ້ແຕ່ງຕົວໃຫ້ເຈົ້າດ້ວຍຜ້າຖັກແສ່ວ ແລະເອົາເກີບຫນັງສຸບໃສ່ຕີນໃຫ້ເຈົ້າ. ເຮົາພັນເຈົ້າໄວ້ດ້ວຍຜ້າປ່ານເນື້ອລະອຽດ ແລະຄຸມເຈົ້າໄວ້ດ້ວຍຜ້າໃຫມ.
|
|
\v 11 ແລະເຮົາສຸບປອກແຂນໃຫ້ເຈົ້າ ແລະໃສ່ສາຍຄໍໃຫ້ເຈົ້າ. \v 12 ເຮົາໄດ້ໃສ່ຫວ່ງດັງທີ່ຮູດັງຂອງເຈົ້າ ແລະໃສ່ຕຸ້ມຫູທີ່ຫູຂອງເຈົ້າ ແລະສຸບມົງກຸດງາມໄວ້ເທິງຫົວຂອງເຈົ້າ. |