lo_ezk_text_ulb_l3/33/27.txt

3 lines
1.7 KiB
Plaintext

\v 27 \v 28 \v 29 7 ຈົ່ງ​ບອກ​ພວກ­ເຂົາ​ວ່າ ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ເຕືອນ​ດັ່ງ­ນີ້ ເຮົາ​ເປັນ​ພຣະ­ຜູ້­ເປັນ­ເຈົ້າ​ທີ່​ມີ­ຊີ­ວິດ ສະ­ນັ້ນ ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່­ໃນ​ຫົວ​ເມືອງ​ຮ້າງ​ຈະ​ຖືກ​ຂ້າ​ຕາຍ ຜູ້​ທີ່­ຢູ່​ນອກ​ເມືອງ​ຈະ​ຖືກ​ສັດ­ປ່າ​ກິນ ຜູ້​ທີ່​ລີ້​ຢູ່​ຕາມ​ພູ ແລະ​ຖ້ຳ​ຈະ​ເຈັບ­ປ່ວຍ​ລົ້ມ​ຕາຍ.
28 ເຮົາ​ຈະ​ເຮັດ­ໃຫ້​ປະ­ເທດ​ນັ້ນ​ຮ້າງ​ເປົ່າ​ເສົ້າ­ຫມອງ ອຳ­ນາດ​ທີ່​ພວກ­ເຂົາ​ມີ ແລະ​ພາກ­ພູມ​ໃຈ​ນັ້ນ ຈະ​ຫມົດ​ສິ້ນ​ລົງ ພູ​ທັງ­ຫລາຍ​ໃນ​ອິສຣາເອນ​ຈະ​ເປັນ​ປ່າ​ຮ້າງ​ເປົ່າ ຈະ​ບໍ່​ມີ­ຄົນ​ຢູ່ ຫລື​ເດີນ­ທາງ​ຜ່ານ­ໄປ​ມາ.
29 ເມື່ອ​ເຮົາ​ລົງ­ໂທດ​ປະ­ຊາ­ຊົນ​ຍ້ອນ​ພວກ­ເຂົາ​ເຮັດ​ບາບ ແລະ​ເຮັດ­ໃຫ້​ປະ­ເທດ​ນັ້ນ​ຮ້າງ​ເປົ່າ​ແລ້ວ ພວກ­ເຂົາ​ຈຶ່ງ​ຈະ​ຮູ້­ວ່າ ເຮົາ ແມ່ນ​ພຣະຜູ້ເປັນເຈົ້າ.”