lo_ezk_text_ulb_l3/39/25.txt

2 lines
1.7 KiB
Plaintext

\v 25 ເພາະ­ສະ­ນັ້ນ, ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງນີ້ວ່າ: ບັດ­ນີ້ ເຮົາ​ຈະ­ຟື້ນຊະຕາໃຫ້​ຢາ­ໂຄບ ແລະເຮົາ​ຈະ​ມີ​ຄວາມ​ເມດຕາ​ຕໍ່​ເຊື້ອ­ສາຍ​ອິດສະຣາເອນ​ທັງ​ຫມົດ, ທັງເຮົາຈະມີໃຈທີ່ຮ້ອນຮົນເພື່ອນາມ​ບໍ­ຣິ­ສຸດ​ຂອງ​ເຮົາ. \v 26 ເມື່ອ​ພວກ­ເຂົາຈະ​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ຫນ້າ​ຂອງ­ພວກເຂົາ ແລະການທໍລະຍົດທັງສີ້ນ ຊຶ່ງພວກເຂົາໄດ້ທໍລະຍົດເຮົາ. ພວກເຂົາຈະລືມສິ່ງເຫລົ່ານີ້ທັງຫມົດ ເມື່ອພວກເຂົາໄດ້ຢຸດພັກເຊົາໃນແຜ່ນດິນ
​ຢ່າງ​ປອດ­ໄພ​ ໂດຍ​ບໍ່­ມີ​ຜູ້­ໃດ​ເຮັດ­ໃຫ້​ພວກ­ເຂົາ​ຢ້ານ​ກົວ. \v 27 ເມື່ອ​ເຮົາ​ຟື້ນພວກເຂົາກັບມາຈາກຊົນຊາດທັງຫລາຍ ແລະຮວບຮວມພວກເຂົາມາຈາກແຜ່ນດິນສັດຕູຂອງພວກເຂົາ. ເຮົາຈະສະ­ແດງ​ຄວາມ​ບໍ­ຣິ­ສຸດ​ຂອງ​ເຮົາຕໍ່ຫນ້າຕໍ່ຕາ​ປະ­ຊາ­ຊາດ​ເປັນ​ຈຳ­ນວນ​ຫລາຍ.