1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 17 ບັດນີ້, ບຸດແຫ່ງມະນຸດເອີຍ, ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ຈົ່ງເວົ້າກັບນົກທີ່ມີປີກບິນໄດ້ທຸກຊະນິດ ແລະເວົ້າກັບສັດປ່າໃນທົ່ງທັງຫມົດວ່າ ‘ຈົ່ງຊຸມນຸມ ແລະມາເຖີດ. ຈົງລວມກັນມາຈາກທຸກດ້ານ ມາຍັງການຖວາຍບູຊາທີ່ເຮົາກຽມໄວ້ເພື່ອເຈົ້າ, ເປັນການຖວາຍບູຊາຍິ່ງໃຫຍ່ເທິງພູເຂົາທັງຫລາຍຂອງອິດສະຣາເອ, ເພື່ອເຈົ້າຈະຮັບກິນຊີ້ນ ແລະດື່ມເລືອດ. \v 18 ພວກເຈົ້າຈະກິນຊີ້ນຂອງພວກນັດຮົບ ແລະດື່ມເລືອດຂອງເຈົ້າເມືອງໆແຫ່ງພື້ນດິນ; ພວກເຂົາຈະປຽ-ເຫມືອນເລືອດຂອງແກະຜູ້ຂອງລູກແກະ ແລະຂອງແບ້ກັບຂອງງົວເຖິກ. ທັງຫມົດນີ້ເປັນສັດອ້ວນພີແຫ່ງເມືອງບາຊານ. |