1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 14 ແລ້ວພວກເຂົາທັງຫລາຍຈະຕັ້ງຄົນສຳຫລວດທົ່ວແຜ່ນດິນ ແລະຄົ້ນຫາຄົນເຫລົ່ານັ້ນທີ່ຍ່າງຜ່ານໄປມາຢ່າງຕໍ່ເນື່ອງ. ສ່ວນຄົນທີ່ຕາຍ ແລະຮ່າງຂອງພວກເຂົາຍັງເປັນສົບຝັງເທິງພື້ນແຜ່ນດິນນັ້ນ. ແລ້ວພວກເຂົາຈະຝັງສົບເຫລົ່ານັ້ນ ເພື່ອຈະເຮັດໃຫ້ແຜ່ນດິນສະອາດ. ພວກເຂົາຈະເລີ່ມຕົ້ນອອກສຳລຫວດຕັ້ງແຕ່ປາຍເດືອນທີ່ເຈັດ. \v 15 ເມື່ອຄົນເຫລົ່ານັ້ນຍ່າງຜ່ານໄປມາໃນແຜ່ນດິນ, ຖ້າພວກເຂົາເຫັນກະດູກຄົນ, ພວກເຂົາຈະເອົາເຄື່ອງຫມາຍປັກໄວ້ຂ້າງກະດູກນັ້ນ ຈົນກວ່າຄົນຝັງຈະມາ ແລະຝັງກະດູກນັ້ນໄວ້ໃນພູເຂົາຮາໂມນ-ໂຄກ. \v 16 ທີ່ນັ້ນມີເມືອງຫນຶ່ງຊື່ ຮາໂມນາ. ພວກເຂົາຈະເຮັດໃຫ້ແຜ່ນດິນສະອາດດ້ວຍວິທີເຊັ່ນນີ້ແຫລະ. |