1 line
2.1 KiB
Plaintext
1 line
2.1 KiB
Plaintext
\v 26 ປະໂລຫິດຂອງພວກເຂົາໄດ້ລະເມີດພຣະບັນຍັດຂອງເຮົາ,ແລະ ພວກເຂົາຫມິ່ນປະຫມາດສິ່ງບໍຣິສຸດຂອງເຮົາ. ພວກເຮົາບໍ່ໄດ້ແຍກແຍະ ລະຫວ່າງ ບັນດາສິ່ງຂອງບໍຣິສຸດ ແລະ ສິ່ງຂອງທີ່ບໍໍ່ບໍຣິສຸດ, ແລະ ບໍ່ໄດ້ສອນເຖິງຄວາມແຕກຕ່າງ ລະຫວ່າງສິ່ງທີ່ສະອາດ ແລະ ສິ່ງທີ່ເປັນມົນທິນ. ພວກເຂົາໄດ້ລີ້ຈາກບັນດາວັນສະບາໂຕຂອງເຮົາ ເພື່ອໃຫ້ເຮົາຖືກຫມິ່ນປະຫມາດທ່າມກາງພວກເຂົາ. \v 27 ບັນດາເຈົ້າຊາຍໃນທ່າມກາງແຜ່ນດິນເປັນເຫມືອນຫມາປ່າທີ່ຈີກຊີ້ນຂອງເຫຍື່ອຂອງພວກມັນອອກ. ພວກເຂົາເຮັດໃຫ້ເກີດການຫລັ່ງເລືອດ ແລະ ທຳລາຍຊີວິດ, ເພື່ອຈະເອົາກຳໄລອັນບໍ່ສັດຊື່ \v 28 ບັນດາຜູ້ທຳນວາຍທັງຫລາຍກໍໄດ້ໂບກຕົນເອງດ້ວຍປູນຂາວ; ພວກເຂົາເຫັນນິມິດບໍ່ຈິງ ແລະ ຄຳທຳນວາຍຂີ້ຕົວະແກ່ພວກເຂົາ. ພວກເຂົາກ່າວວ່າ, "ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້" ທັງທີ່ພຣະຢາເວບໍ່ໄດ້ກ່າວເລີຍ. |