1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 23 ພຣະຄຳຂອງພຣະຢາເວມາເຖິງຂ້ານ້ອຍ, ກ່າວວ່າ, \v 24 “ບຸດແຫ່ງມະນຸດເອີຍ, ຈົ່ງກ່າວກັບແຜ່ນດິນນັ້ນວ່າ ' ເຈົ້າເປັນແຜ່ນດິນທີ່ບໍ່ໄດ້ຮັບການຊຳຣະໃຫ້ສະອາດ. ຝົນຈະບໍ່ຕົກໃນວັນແຫ່ງພຣະພິໂລດ! \v 25 ມີການສົມຮູ້ຮ່ວມຄິດຂອງຜູ້ທຳນວາຍໃນທ່າມກາງເຂົາ, ເຫມືອນໂຕສິງຄຳລາມ ແລະ ຈີກເຫຍື່ອຢູ່. ພວກເຂົາກິນຊີວິດຜູ້ຄົນ ແລະ ປຸ້ນຊັບສິ່ງຂອງທີ່ມີຄ່າໄປ; ພວກເຂົາໄດ້ເຮັດໃຫ້ເກີດມີແມ່ຫມ້າຍຢ່າງຫລວງຫລາຍໃນທ່າມກາງແຜ່ນດິນນັ້ນ! |