lo_ezk_text_ulb_l3/21/28.txt

1 line
1.5 KiB
Plaintext

\v 28 ດັ່ງນັ້ນ, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ​ຈົ່ງ​ປະ­ກາດ​ຄຳທຳນວາຍ​ແລະ ​ກ່າວ​ວ່າ, 'ພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ດັ່ງ­ນີ້​ກ່ຽວ­ກັບ​ຄົນ​ອຳ­ໂມນ ແລະ ກ່ຽວ­ກັບ​ຄວາມອັບອາຍຂອງເຂົາທີ່ກຳລັງຈະມາ​: ດາບ​ເຫລັ້ມ​ຫນຶ່ງ, ຖືກ​ຖອດ­ອອກ! ມັນຖືກ​ຂັດ​​ເພື່ອ​ການ​ຂ້າ­ຟັນ, ດັ່ງນັ້ນ ມັນຖືກຂັດໃຫ້ເຫລື້ອມເຫມືອນຟ້າແມບ! \v 29 ຂະ­ນະ​ທີ່​​ຜູ້​ທຳ​ນວາຍເຫັນ​ນິ­ມິດວ່າງເປົ່າແກ່​ເຈົ້າ, ຂະ­ນະ​ທີ່​ພວກ­ເຂົາ​ໄດ້ເຮັດພິທິການ ທີ່ມີແຕ່ການຕົວະແກ່ເຈົ້າ, ດາບນີ້ກໍຈະວາງ​ເທິງ​ຄໍ​ຂອງ​ຄົນ​ຊົ່ວ ຜູ້ທີ່ຈະ​ຖືກ​ຂ້າ, ວັນເວ­ລາແຫ່ງ​ການ­ລົງ­ໂທດໄດ້ມາເຖິງແລ້ວ ແລະ ວັນແຫ່ງ​ຄວາມ​ຊົ່ວ­ຊ້າຈະສິ້ນ​ສຸດລົງແລ້ວ.