\v 7 ແລະເຮົາກ່າວແກ່ພວກເຂົາວ່າ, "ໃຫ້ພວກເຈົ້າແຕ່ລະຄົນຈົ່ງຖິ້ມສິ່ງທີ່ຫນ້າກຽດຊັງໄປຈາກສາຍຕາຂອງເຂົາເສຍ ແລະ ຮູບເຄົາລົບທັງຫລາຍຂອງເອຢິບນຳ. ຢ່າໃຫ້ໂຕຂອງເຈົ້າເປັນມົນທິນ; ເຮົາແມ່ນພຣະຢາເວ ອົງພຣະເຈົ້າຂອງພວກເຈົ້າ."